![]() ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
|
(vovworld) - ວັນທີ 20/4, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບທັດສະນະຂອງ ຫວຽດນາມ ຕໍ່ຂໍ້ມູນຂ່າວ ອາຊຽນ ແລະ ຈີນ ຈະເລີ່ມຕົ້ນການເຈລະຈາຮ່າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃນເດືອນ 5 ຈະມາເຖິງ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:
“ຜົນປະໂຫຍດລວມຂອງທຸກໆປະເທດແມ່ນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ. ບົນພື້ນຖານນັ້ນ, ບັນດາປະເທດ ອາຊຽນ ແລະ ຈີນ ຍາມໃດກໍ່ເຫັນດີສ້າງກົດແຫ່ງການປະພຶດມີລັກສະນະສັງລວມ, ຜູກຮັດ, ມີປະສິດທິຜົນ, ໜູນຊ່ວຍຮັກສາການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ສ້າງສະພາບແວດລ້ອມສັນຕິພາບສະດວກໃຫ້ແກ່ການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານເໝາະສົມກັບບັນດາຫຼັກການທີ່ຮັບຮອງຢ່າງກ້ວາງຂວາງໃນກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ບົນພື້ນຖານນັ້ນ, ເຊິ່ງແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນອາຊຽນ ແລະ ປະຊາຄົມສາກົນ, ຫວຽດນາມ ພວມມະນາພະຍາຍາມພ້ອມກັບ ອາຊຽນ ແລະ ຈີນ ຊຸກຍູ້ການປຶກສາຫາລືແທດຈິງ, ເພື່ອບັນລຸ COC ໂດຍໄວ.”
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

