![]() ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ
|
(vovword)- ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ກ່ຽວກັບເລື່ອງກະຊວງການຕ່າງປະເທດສະຫະລັດອາເມລິກາ ອອກບົດລາຍງານກ່ຽວກັບສິດທິມະນຸດປະຈຳປີ 2016, ວັນທີ 13/3/2017 ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ຊີ້ແຈ້ງວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປົກປ້ອງ ແລະ ຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ. ບັນດາຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງຫວຽດນາມໃນການຮັບປະກັນ ແລະ ປັບປຸງບັນດາສິດພື້ນຖານຂອງປະຊາຊົນ ໃນໄລຍະຜ່ານມາໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ ຢ່າງບໍ່ຢຸດຢັ້ງ. ທ່ານເລຫາຍບິງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນຢ່າງກົງໄປກົງມາ, ເປີດອົກເປີດໃຈ ແລະ ບົນນ້ຳໃຈສ້າງສັນກັບບັນດາປະເທດ, ໃນນັ້ນມີສະຫະລັດອາເມລິກາ ກ່ຽວກັບບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ. ມາຮອດປະຈຸບັນ, ຫວຽດນາມ-ສະຫະລັດອາເມລິກາ ໄດ້ດຳເນີນ 20 ຮອບເຈລະຈາສອງຝ່າຍເປັນປະຈຳ ກ່ຽວກັບສິດທິມະນຸດ. ບົດລາຍງານສິດທິມະນຸດປະຈຳປີ 2016 ຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ເຖິງວ່າໄດ້ຮັບຮູ້ບາງຜົນງານກ່ຽວກັບການປົກປ້ອງສິດທິມະນຸດຂອງຫວຽດນາມກໍ່ຕາມ, ແຕ່ຍັງຍົກອອກບາງຂໍ້ສັງເກດທີ່ຂາດພາວະວິໄສ, ສ່ອງແສງບໍ່ຖືກຕ້ອງກັບສະພາບການຕົວຈິງຢູ່ຫວຽດນາມ.
ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນເປີດສາຍທ່ອງທ່ຽວຢ່າງຜິດກົດໝາຍໄປຍັງເກາະຮວ່າງຊາ ແລະ ເລື່ອງກ່ຳປັ່ນຕຳຫຼວດທະເລຂອງຈີນ ຂັບໄລ່ກ່ຳປັ່ນຫາປາຫວຽດນາມລຳໜຶ່ງຢູ່ໝູ່ເກາະຮວ່າງຊາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ຢືນຢັນວ່າ ຫວຽດນາມມີເອກະສານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດ ຢ່າງຄົບຖ້ວນ ຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຫວຽດນາມເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງຝ່າຍຈີນເຄົາລົບອະທິປະໄຕຂອງຫວຽດນາມ ແລະ ກົດໝາຍສາກົນ, ຢຸດຕິໃນທັນທີແລະ ບໍ່ດຳເນີນບັນດາການກະທຳຄືດັ່ງກ່າວ, ປະກອບສ່ວນເຂົ້າໃນການສ້າງສັນ ແລະ ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

