
ໂຄສົກກະຊວງການຕ່າງປະເທດຫວຽດນາມເລຫາຍບີງ
(vovworld)- ວັນທີ 28/7, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຫນ້າຂ່າວຄາວທີ່ວ່າ ຫວ່າງແລ້ວນີ້ ມີເຈົ້າຫນ້າທີ່ ໄຕ້ຫວັນ (ປະເທດຈີນ) ຈຳນວນຫນຶ່ງ ໄດ້ໄປເຖິງເຂດ ບາບີງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ເລຫາຍບີງ ຊີ້ແຈ້ງວ່າ:
“ຫວຽດນາມ ຢັ້ງຢືນອະທິປະໄຕທີ່ບໍ່ອາດປະຕິເສດໄດ້ສຳລັບ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ທຸກການເຄື່ອນໄຫວຂອງຕ່າງປະເທດ ຢູ່ບັນດາເຂດນີ້ ໂດຍບໍ່ໄດ້ຮັບການຮັບຮູ້ຈາກຝ່າຍຫວຽດນາມ ລ້ວນແຕ່ແມ່ນຜິດກົດໝາຍ.”
ຫວ່າງແລ້ວນີ້ ມີເຈົ້າຫນ້າທີ່ ໄຕ້ຫວັນ ຈຳນວນຫນຶ່ງ ໄດ້ໄປເຖິງເຂດ ບາບີງ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງຝ່າຍ ໄຕ້ຫວັນ ບໍ່ໄດ້ມີການກະທຳຄືແນວນັ້ນອີກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.”
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
