![]() ເຮືອບິນຂອງຈີນ ບິນເຂົ້າເຂດ FIR ໂຮ່ຈິມີນ ຢ່າງຜິດກົດໝາຍ
|
(vovworld)- ຕາມແຫລ່ງຂ່າວຈາກກົມການບິນພົນລະເຮືອນຫວຽດນາມ, ປະຈຸບັນ ໃນຫນ້າເວັບຂອງ ອົງການການບິນພົນລະເຮືອນສາກົນ (ICAO), ແຜນທີ່ການບິນກ່ຽວກັບເຂດ FIR Sanya (ຊານຢາ) ແລະ ບັນດາຂໍ້ມູນກ່ຽວຂ້ອງໄດ້ຮັບການດັດແປງຄືນຕາມຄຳສະເຫນີຂອງຝ່າຍຫວຽດນາມ. ວັນທີ 27/1/2016, ປະທານສະພາ ICAO ກໍໄດ້ສົ່ງຈົດໝາຍເຖິງກົມການບິນພົນລະເຮືອນກ່ຽວກັບບັນຫານີ້. ວັນທີ 22/1, ຜູ້ຕາງຫນ້າສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ພົບປະກັບປະທານສະພາ ICAO ແລະ ທ່ານເລຂາທິການໃຫຍ່ ຂອງ ICAO ຢູ່ສຳນັກງານຂອງອົງການນີ້ຢູ່ ນະຄອນ Montreal ເພື່ອສົ່ງຈົດໝາຍການທູດລົງວັນທີ 15/1/2016 ຂອງສະຖານທູດ ໂດຍຢັ້ງຢືນ ອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແລະ ຄັດຄ້ານເລື່ອງອົງການນີ້ ໄດ້ນຳສະເຫນີຜ່ານຫນ້າເວັບແຜນທີ່ການບິນກ່ຽວກັບ FIR Sanya ເວົ້າສະເພາະ ແລະ FIR ໃນເຂດທະເລຕາເວັນອອກເວົ້າລວມ ດ້ວຍບັນດາເນື້ອໃນບໍ່ສອດຄອ່ງ ແລະ ຜົນສະທ້ອນເຖິງອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

