ຕຶກອາຄານຕ່າງໆຖືກທຳລາຍ ໃນການບຸກໂຈມຕີຂອງ ອິດສະລາແອັນ ເຂົ້າເຂດກາຊາ (ພາບ: THX/TTXVN) |
ຕາມພະຍານທີ່ຢູ່ໃນເຫດການແລ້ວ, ລົດຖັງ ແລະ ທະຫານລາບ ອິດສະລາແອັນ ໄດ້ບຸກໂຈມຕີທາງທິດຕາເວັນອອກນະຄອນ ກາຊາ ຍິງຕຶກອາຄານຕ່າງໆໃນນະຄອນຢ່າງຮ້າຍແຮງ ແລະ ເຮັດໃຫ້ເກີດໄຟໄໝ້ຫຼາຍແຫ່ງ. ກອງທັບ ອິດສະລາແອັນ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບບັນດາການບຸກໂຈມຕີນີ້. ເຖິງຢ່າງໃດກໍ່ຕາມ, ໃນບັນດາການຖະແຫຼງຂ່າວໃນວັນທີ 3 ກັນຍາ, ການນຳລັດຖະບານ ແລະ ກອງທັບ ອິດສະລາແອັນ ສືບຕໍ່ຢັ້ງຢືນຈະຍູ້ແຮງບັ້ນບຸກໂຈມຕີເປີດກວ້າງເຂົ້າເຂດກາຊາ, ຍົກເວັ້ນກໍລະນີກຳລັງ ຮາມາດອອກມາຍອມຈຳນົນ, ປົດອາວຸດ ຫຼື ປ່ອຍຕົວປະກັນເປັນອິດສະຫຼະ.

