ວັນທີ 01 ທັນວາ, ທ່ານ Donald Trump ປະທານານິບໍດີ ອາເມລິກາແລະ ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ດຳເນີນການສົນທະນາທາງໂທລະສັບ, ແລກປ່ຽນບາງເນື້ອໃນ, ໃນນັ້ນມີເລື່ອງປະຕິບັດຄຳໝັ້ນສັນຍາປົດອາວຸດຂອງຂະບວນການ ຮາມາສ ແລະ ປອດການທະຫານຢູ່ເຂດ ກາຊາ. ນີ້ແມ່ນ 2 ໃນບັນດາເນື້ອໃນສຳຄັນທີ່ສຸດໃນຂໍ້ລິເລີ່ມສີ້ນສຸດສົງຄາມຢູ່ເຂດ ກາຂາ ໂດຍທ່ານ Donald Trump ປະທານານິບໍດີ ອາເມລິກາ ສະເໜີເມື່ອທ້າຍເດືອນກັນຍາ. ໃນການສົນທະນາທາງໂທລະສັບເມື່ອວັນທີ 1 ທັນວາ, ທ່ານ Donald Trump ໄດ້ເຊີນທ່ານ Benjamin Netanyahu ມາຢ້ຽມຢາມ ອາເມລິກາ ໃນໄລຍະທີ່ຈະມາເຖິງ.
ກ່ຽວກັບສະພາບການຢູ່ເຂດ ກາຊາ, ວັນທີ 1 ທັນວາ, ອົງການມະນຸດສະທຳ ອີຢີບ ໄດ້ສົ່ງງວດສິນຄ້າກູ້ຊ່ວຍມະນຸດສະທຳໃໝ່ ໄປຍັງເຂດດິຮແດນນີ້ ລວມມີທັນຍາຫານ, ສົ້ງເສື້ອ, ເຊື້ອເພິງ ແລະ ຢຸກຢາ 5500 ໂຕນ. ອົງການກາຊິກວົງເດືອນແດງ ອີຢີບ ໃຫ້ຮູ້ວ່າ ນີ້ແມ່ນງວດສິນຄ້າກູ້ຊ່ວຍມະນຸດສະທຳທີ 84 ເຊິ່ງປະເທດນີ້ ໄດ້ສົມທົບກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ສົ່ງໄປຍັງເຂດ ກາຊາ. ອີຢີບ ໄດ້ສົມທົບກັບຝ່າຍຕ່າງໆທີ່ກ່ຽວຂ້ອງສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເກືອບ 670.000 ໂຕນຈາກແຫຼມ ຊີນາຍ ຂອງອີຢີບ ເຂົ້າເຂດການຊາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
