ວັນທີ 28 ທັນວາ, ພາຍໃຕ້ການໜູນຊ່ວຍຂອງ ລັດເຊຍ, ອີຣານ ໄດ້ຍິງສຳເລັດ ດາວທຽມ 3 ລູກໂດຍປະເທດນີ້ຜະລິດເອງ ຂຶ້ນສູ່ຮ່ວງອາວະກາດ. ດາມທຽມຕິດຕາມ 3 ລູກນີ້ໂດຍປະເທດນີ້ພັດທະນາເອງ ທີ່ໄດ້ຍິງເຂົ້າອາວະກາດດ້ວຍລູກສອນໄຟ Soyuz, ຈາກສະໜາມບິນອາວະກາດ Vostochny Cosmodrome ຢູ່ລັດເຊຍ. ບັນດາດາວທຽມທີ່ມີຊື່ຕາມລຳດັບແມ່ນ Zafar-2, Paya ແລະ Kowsar 1.5, ໂດຍກຸ່ມເອກະຊົນຂອງ ອີຣານອອກແບບດ້ວຍໜ້າທີ່ຕິດຕາມ. ກ່ອນໜ້ານັ້ນ, ເມື່ອເດືອນກໍລະກົດປີນີ້, ອີຣານ ກໍ່ໄດ້ຍິງສຳເລັດດາວທຽບ ລູກໜຶ່ງຂຶ້ນສູ່ຮ່ວງອາວະກາດຈາກສະໜາມບິນອາວະກາດ Vostochny Cosmodrome ຢູ່ ລັດເຊຍ. ໃນ 2 ປີຜ່ານມາ, ອີຣານໄດ້ຍິງດາວທຽມທັງໝົດ 10 ລູກ ຂຶ້ນສູ່ຮ່ວງອາວະກາດ.