ວັນທີ 28 ພະຈິກ, ສະຫະພາບ ເອີລົບ (ອີຢູ) ພ້ອມກັບບັນດາປະເທດຄູ່ຮ່ວມມື ທະເລເມດີຕາລາເນໃຕ້ ໄດ້ສະເໜີຕົວສົນທິສັນຍາເພື່ອທະເລເມດີຕາລາເນຢູ່ນະຄອນ Barcelona (ແອດສະປາຍ). ເຫດການ ໄດ້ດຳເນີນໄປໃນສະພາບການທີ່ພາກພື້ນທະເລເມດີຕາລາເນ ໄດ້ຜ່ານຜ່າບັນດາການປ່ຽນແປງອັນເລິກເຊິ່ງດ້ານພູມສາດການເມືອງ ແລະ ເສດຖະກິດ-ສັງຄົມໃນ 3 ທົດສະວັດທີ່ຜ່ານມາ, ຈາກນັ້ນ ໄດ້ຮຽກຮ້ອງຈຳເປັນຕອ້ງມີຂອບເຂດການຮ່ວມມືຢ່າງມີປະສິດທິຜົນ ແລະ ຮອບດ້ານກ່ວາ.
ສົນທິສັນຍາເພື່ອທະເລເມດີຕາລາເນ ໄດ້ປະກາດໃນເດືອນຕຸລາຜ່ານມາ ແມ່ນໝາກຜົນຂອງວິວັດການທາມທາມຄວາມເຫັນທີ່ເລິກເຊິ່ງກ້ວາງຂວາງລະຫວ່າງ ອີຢູ ແລະ 10 ຄູ່ຮ່ວມມືທະເລເມດີຕາລາເນໃຕ້, ບັນດາອົງການຈັດຕັ້ງພາກພື້ນ, ອົງການ ສປຊ ແລະ ສັງຄົມພົນລະເຮືອນ. ເຫດການນີ້ ໄດ້ຕັ້ງພື້ນຖານໃຫ້ແກ່ຂອບເຂດການຮ່ວມມືອີງຕາມການເປັນກຳມະສິດຮ່ວມ, ປະດິດຄິດສ້າງຮ່ວມ ແລະ ຄວາມຮັບຜິຊອບລວມ ເພື່ອແນໃສ່ຊຸກຍູ້ຄວາມສະຖຽນລະພາບ, ການເຕີບໂຕ ແລະ ການພັດທະນາແບບຍືນຍົງໃນພາກພື້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
