ວັນທີ 2 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ, ພົນຕີ Aziz Nasirzadeh ໄດ້ຢັ້ງຢືນຄວາມສາມາດລູກສອນໄຟຂອງອີຣານ ແມ່ນບໍ່ສາມາດທຳລາຍຈາກລູກລະເບີດ ຫຼືບັນດາການເຈລະຈາ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ຢັ້ງຢືນກຳລັງແຮງດ້ານການທະຫານຂອງປະເທດນີ້ ພວມກ້າວເດີນຢ່າງໄກກ່ວາຫຼາຍເມື່ອທຽບໃສ່ກັບໄລຍະເກີດການປະທະກັນ 12 ວັນແລະ ຄືນກັບອິດສະລາແອັນເມື່ອເດືອນມິຖຸນາ. ຕາມນັ້ນແລ້ວ, ອີຣານ ພ້ອມແລ້ວທີ່ຈະມີການໂຕ້ຕອບຢ່າງເດັດຂາດ ແລະ ບໍ່ປະນີປະນອມ ຕໍ່ທຸກໄພນາບຂູ່ໂດຍກົງເລັ່ງໃສ່ອີຣານ. ຄຳກ່າວເຕືອນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ໄດ້ຍົກອອກມາໃນສະພາບການເກີດຂຶ້ນຫຼາຍຂ່າວຊ່າລືກ່ຽວກັບຄວາມສາມາດອາເມລິກາ ແລະ ອິດສະລາແອັນ ອາດສາມາດສືບຕໍ່ບຸກໂຈມຕີເລັງໃສ່ອີຣານ ເພື່ອສະກັດກັ້ນ ອີຣານພັດທະນາອາວຸດນິວເຄຼຍ ແລະ ເປີດກວ້າງໂຄງການລູກສອນໄຟນຳວິຖີ.