ເຄື່ອງໜູນຊ່ວຍມະນຸດສະທຳສົ່ງເຂົ້າ ກາຊາ
(ພາບປະກອບ: REUTERS)

ໂດຍສືບຕໍ່ບັນດາຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໂດຍດ່ວນໃຫ້ແກ່ປະຊາຊົນ ກາຊາ ທີ່ຖືກຜົນສະທ້ອນຍ້ອນການປະທະກັນ, ວັນທີ 25 ທັນວາ, ອົງການ ຊິກວົງເດືອນແດງຂອງ ອີຢິບ ໄດ້ສົ່ງງວດເຄື່ອງໜູນຊ່ວຍມະນຸດສະທຳໃໝ່ເຂົ້າ ກາຊາ.

ນີ້ແມ່ນງວດເຄື່ອງມະນຸດສະທຳທີ 102 ຕາມຂໍ້ລິເລີ່ມ “Zad Al-Izza: ຈາກ ອີຢິບ ໄປ ກາຊາ”, ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ ຜ່ານມາ. ເຄື່ອງງວດນີ້ລວມມີ: ທັນຍາຫານ, ຢຸກຢາ, ເຊື້ອເພີງ, ເຄື່ອງນຸ່ງກັນໜາວ… ລວມ5.900 ໂຕນ. ເຄື່ອງງວດຕໍ່ໄປກໍ່ພວມຮີບເຮັ່ງໄດ້ກະກຽມ ດ້ວຍການໜູນຊ່ວຍຂອງນັກອາສາສະໝັກກວ່າ 35.000 ຄົນໃນທົ່ວ ອີຢິບ ແລະ ອາດສາມາດສົ່ງໄປ ກາຊາ ໃນຊຸມຊົ່ວໂມງຈະມາເຖິງ.

ກາຍໂຣ ຢືນຢັນວ່າ ການຂົນສົ່ງເຄື່ອງໜູນຊ່ວຍກວ່າ 780.000 ໂຕນໄປຍັງ ກາຊາ ນັ້ນ, ກວມເອົາ 70% ຈຳນວນເຄື່ອງຊ່ວຍເຫຼືອສາກົນທີ່ສະຫງວນໃຫ້ແກ່ ກາຊາ ນັບແຕ່ທ້າຍເດືອນ ຕຸລາ 2023, ຈຸດເວລາເລີ່ມເກີດການປະທະກັນ.