ານຫງວຽນວັນກ໋ວາງ ເລຂາພັກນະຄອນດ່ານັ້ງ ຕ້ອນຮັບທ່ານ ສຸພັນ ຮາດາວເຮືອງ, ຫົວໜ້າສະຖານກົງສູນ ສປປ.ລາວ ຄົນໃໝ່, ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນກ໋ວາງ ຫວັງວ່າ: ທ່ານ ສຸພັນ ຮາດາງເຮືອງ ຈະສືບຕໍ່ສ້າງການພົວພັນທີ່ດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ສ່ວນທ່ານ ສຸພັນ ຮາດາວເຮືອງກໍ່ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນດ່ານັ້ງ. ໃນໜ້າທີ່ວຽກງານໃໝ່ຂອງຕົນ, ທ່ານ ສຸພາ ຮາດາວເຮືອງຢັ້ງຢືນວ່າ ຈະມານະພະຍາຍາມເພື່ອເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຮັດແໜ້ນການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງນະຄອນດ່ານັ້ງ ກັບບັນດາແຂວງພາກໃຕ້ຂອງລາວເວົ້າສະເພາະໃຫ້ດີຍິ່ງໆຂຶ້ນ.