ທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: dangcongsan.vn) |
ຕອນເຊົ້າວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການພົວພັນຕ່າງປະເທດປະຊາຊົນປີ 2025, ທິດທາງໜ້າທີ່ປີ 2026. ບົດລາຍງານໃນກອງປະຊຸມໄດ້ເນັ້ນໜັກເຖິງວຽກງານການທູດປະຊາຊົນໃນປີ 2025 ສືບຕໍ່ສວມບົດບາດເປັນເສົາຄ້ຳການພົວພັນຕ່າງປະເທດສຳຄັນ, ໜູນຊ່ວຍຢ່າງແທດຈິງໃຫ້ແກ່ການພົວພັນຕ່າງປະເທດຂອງພັກ ແລະ ການທູດຂອງລັດ, ປະກອບສ່ວນສ້າງສະພາບແວດລ້ອມສາກົນສັນຕິພາບ, ສະຖຽນລະພາບ ແລະ ສະດວກໃຫ້ແກ່ການພັດທະນາປະເທດຊາດ. ຜ່ານເຄືອຂ່າຍຄູ່ຮ່ວມມື, ເພື່ອນມິດສາກົນທີ່ກວ້າງຂວາງ, ບັນດາກິດຈະກຳພົບປະແລກປ່ຽນ, ການຮ່ວມມື, ການຂົນຂວາຍເພື່ອນມິດສາກົນຂອງບັນດາອົງການຈັດຕັ້ງປະຊາຊົນນັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນເພີ່ມທະວີຄວາມຮັບຮູ້, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນບັນດາປະເທດ. ການພົວພັນຕ່າງປະເທດປະຊາຊົນໄດ້ເສີມຂະຫຍາຍປະສິດທິຜົນຂອງ “ກໍາລັງແຮງອ່ອນ”, ປະກອບສ່ວນແຜ່ກະຈາຍພາບພົດ ຫວຽດນາມ ສັນຕິພາບ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງຢ່າງຕັ້ງໜ້າໃນພາບພົດສັງລວມການຕ່າງປະເທດຂອງປະເທດຊາດ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຮຽກຮ້ອງໃຫ້ປະຕິບັດບັນດາໜ້າທີ່ໃນປີ 2026 ແລະ ໄລຍະຈະມາເຖິງໃຫ້ເປັນຢ່າງດີທີ່ສຸດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

