![]() ງານວາງສະແດງຢູ່ເກີ່ນເດືອກ
|
(vovworld) – ຄະນະກຳມະການປະຊາຊົນເມືອງ ເກີ່ນເດືອກ (ແຂວງ ລອງອານ) ໄດ້ຈັດຕັ້ງງານວາງສະແດງແຜນທີ່ ແລະ ແນະນຳວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ສູນວັດທະນະທຳເມືອງ ເກີ່ນເດືອກ ແຕ່ວັນທີ 27 – 30/12. ງານວາງສະແດງໄດ້ນຳມາວາງສະແດງແຜນທີ່, ຮູບພາບ, ວັດຖຸເອກະສານ 158 ຢ່າງທີ່ກ່ຽວຂ້ອງເຖິງວິວັດທະນາການກຳນົດ, ປະຕິບັດອະທິປະໄຕທະເລໝູ່ເກາະຂອງ ຫວຽດນາມ ແຕ່ສະຕະວັດທີ 17 ຫາສະຕະວັດທີ 20… ບັນດາແຜນທີ່ ແລະ ວັດຖຸເອກະສານໄດ້ກຳນົດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ແມ່ນບໍ່ສາມາດປະຕິເສດໄດ້.
ງານວາງສະແດງແມ່ນໂອກາດເພື່ອໃຫ້ປະຊາຊົນໄດ້ຊອກຮູ້ບັນດາເອກະສານລ້ຳຄ່າກຳນົດອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດ, ປະກອບສ່ວນປຸກລຸກນຳ້ໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

