![]() ຮ້ານວາງສະແດງເອກະສານ, ຮູບພາບກ່ຽວກັບ ອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ
|
(vovworld) – ໃນຂອບເຂດຂອງງານບຸນ ຫວຽດນາມ ຢູ່ແຂວງ Kanagawa, ປະເທດ ຍີ່ປຸ່ນ ທີ່ໄດ້ຈັດຕັ້ງແຕ່ວັນທີ 28 – 30/10, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງງານວາງສະແດງເອກະສານ, ຮູບພາບກ່ຽວກັບອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ບັນດາຮູບພາບ, ເອກະສານທີ່ໄດ້ນຳມາວາງສະແດງຂຶ້ນກັບ 4 ໝວດຫົວຂໍ້ຕົ້ນຕໍ່ເຊິ່ງລວມມີ: ເອກະສານປະຫວັດສາດຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ຮູບພາບ ຈີນ ທຳລາຍສະພາບເດີມ, ກໍ່ສ້າງເກາະທຽມຢ່າງຜິດກົດໝາຍ ແລະ ຍູ້ແຮງການນຳໃຊ້ກຳລັງການທະຫານຢູ່ບັນດາເກາະທີ່ເຂົາເຈົ້າຢືດຄອງຂອງ ຫວຽດນາມ ຢ່າງຜິດກົດໝາຍ ຢູ່ ທະເລຕາເວັນອອກ, ຂະບວນການຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດຄັດຄ້ານບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ ແລະ ບັນດາຮູບພາບກ່ຽວກັບການເຄື່ອນໄຫວຮ່ວມມືສາກົນເພື່ອຮັບປະກັນຄວາມເສລີ, ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລຕາເວັນອອກ.
ນີ້ເປັນຄັ້ງທີ 2, ທີ່ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ຈັດຕັ້ງງານວາງສະແດງເອກະສານ, ຮູບພາບກ່ຽວກັບທະເລຕາເວັນອອກ ດ້ວຍຄວາມຫວັງວ່ານັບມື້ນັບມີຊາວ ຍີ່ປຸ່ນ ແລະ ເພື່ອນມິດສາກົນຫຼາຍຄົນຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

