
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ ອາເມລິກາ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) - ກອງປະຊຸມສຳມະນາປະຈຳປີກ່ຽວກັບທະເລຕາເວັນອອກຄັ້ງທີ 6 ຖືກດຳເນີນໃນວັນທີ 12/07, ຢູ່ສຳນັກງານສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຢູ່ນະຄອນວໍຊິງຕັນ, ປະເທດອາເມລິກາ. ກອງປະຊຸມສຳມະນາປະຈຳປີກ່ຽວກັບທະເລຕາເວັນອອກ 2016 ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ຍ້ອນເຫດການນີ້ຖືກດຳເນີນພຽງແຕ່ພາຍຫຼັງທີ່ສານກຳມະການປະຈຳ (PCA) ມີສຳນັກງານຢູ່ລາໄຮ, ປະເທດໂຮນລັງ ອອກຄຳຕັດສິນກ່ຽວກັບເລື່ອງຟີລິບປີນ ຮ້ອງຟ້ອງບັນດາຄຳຖະແຫຼງປະກາດອະທິປະໄຕໄຮ້ເຫດຜົນຂອງຈີນ ຢູ່ທະເລຕາເວັນອອກ 2 – 3 ຊົ່ວໂມງເທົ່ານັ້ນ, ໃນນັ້ນຢືນຢັນການອ້າງເອົາສິດຂອງຈີນ ກ່ຽວກັບ “ບັນດາສິດປະຫວັດສາດ” ສຳລັບບັນດາເຂດນ່ານທະເລນອນໃນ “ເສັ້ນ 9 ຕອນ” ແມ່ນຝືນກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS). ຈີນ ບໍ່ມີ “ຖະນະໃນປະຫວັດສາດ” ສຳລັບບັນດາເຂດທະເລຢູ່ທະເລຕາເວັນອອກ ແລະ ບໍ່ມີພື້ນຖານດ້ານກົດໝາຍເພື່ອຍົກອອກບັນດາຄຳຖະແຫຼງກ່ຽວກັບ “ບັນດາສິດປະຫວັດສາດ” ສຳລັບບັນດາແຫຼ່ງຊັບພະຍາກອນທຳມະຊາດໃນ “ເສັ້ນ 9 ຕອນ”.
ໃນບົດກ່າວປາໄສເປີດສາກກອງປະຊຸມສຳມະນາ, ທ່ານສະມາຊິກສະພາສູງ Dan Sullivan ໄດ້ຊົມເຊີຍຄຳຕັດສິນຂອງ PCA ແລະ ທ່ານໃຫ້ຂໍ້ສັງເກດວ່າ, ຄຳຕັດສິນຂອງ PCA ທັງແມ່ນກາລະໂອກາດ, ທັງແມ່ນສິ່ງທ້າທາຍສຳລັບທຸກຝ່າຍທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ. ທ່ານສະມາຊິກສະພາສູງ Dan Sullivan ໄດ້ກະຕຸກຊຸກຍູ້ຈີນ ສະແດງໃຫ້ເຫັນເປັນຝ່າຍໜຶ່ງມີຄວາມຮັບຜິດຊອບໃນປະຊາຄົມສາກົນ ແລະ ເຄົາລົບຄຳຕັດສິນຂອງສານ. ກອງປະຊຸມສຳມະນາຄັ້ງນີ້ໄດ້ດຶງດູດບັນດານັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ ອາເມລິກາ, ຟີລິບປີນ, ຫວຽດນາມ, ຈີນ, ຍີ່ປຸ່ນ, ໄຕຫວັນ (ຈີນ), ອົດສະຕາລີ ແລະ ມາເລເຊຍ ເຂົ້າຮ່ວມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
