![]() ທ່ານນາງ Aung San Suu Kyiລັດຖະມົນຕີການຕ່າງປະເທດ ມຽນມາ
ພາບ:internet |
(vovworld)- ວັນທີ 19/12 ຢູ່ Yangon ໄດ້ດຳເນີນກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເພື່ອແລກປ່ຽນກ່ຽວກັບສະພາບການລັດ Rakhine ປະເທດ ມຽນມາ. ກອງປະຊຸມດັ່ງກ່າວໂດຍ ມຽນມາ ຈັດຕັ້ງ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດລາວ, ປະເທດເຈົ້າພາບ ອາຊຽນ. ກອງປະຊຸມໄດ້ຮັບຟັງທ່ານນາງ Aung San Suu Kyi, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີການຕ່າງປະເທດ ມຽນມາ ສະເຫນີ ການອັບເດັດຂ່າວຄາວກ່ຽວກັບການຜັນແປຢ່າງສັບສົນຫວ່າງມໍ່ໆມານີ້ ຢູ່ ລັດ Rakhine ພວມໄດ້ຮັບຄວາມສົນໃຈຈາກໂລກ ແລະ ພາກພື້ນ. ບັນດາລັດຖະມົນຕີ ແລະ ຜູ້ຕາງຫນ້າບັນດາປະເທດ ອາຊຽນ ຢືນຢັນ: ສະຫນັບສະຫນູນ ລັດຖະບານມຽນມາ ໃນຄວາມມານະພະຍາຍາມຄວບຄຸມ ແລະ ເຮັດໃຫ້ສະພາບການເປັນປົກກະຕິ, ປາດຖະຫນາບໍ່ປະໃຫ້ສະພາບການຊົ່ວຮ້າຍລົງ ແລະ ແຜ່ລາມອອກສູ່ວົງກວ້າງ, ຜົນສະທ້ອນເຖິງຄວາມສະຖຽນລະພາບຂອງພາກພື້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວາຢູງ ປາດຖະຫນາ ມຽນມາ ຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ, ສະພາບການກັບຄືນສູ່ຄວາມເປັນປົກກະຕິ, ຖ້າຫາກມີຄຳສະເຫນີ ຫວຽດນາມ ພ້ອມແລ້ວພ້ອມກັບບັນດາປະເທດ ອາຊຽນ ຫນູນຊ່ວຍມຽນມາຢ່າງເໝາະສົມ, ບົນຈິດໃຈສາມັກຄີ ແລະ ບັນດາຫລັກການພື້ນຖານຂອງອາຊຽນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

