ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: paxaxon) |
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເພື່ອສືບຕໍ່ປັບປຸງ ແລະ ຍົກສູງມູນເຊື້ອການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ສະຫະພັນລັດເຊຍ.
ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃນຫຼາຍຂົງເຂດ ເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ... ພ້ອມດ້ວຍຫຼາຍຂົງເຂດອື່ນໆ ເຊິ່ງຕ່າງກໍມີຄວາມສົນໃຈ ແລະ ມີຜົນປະໂຫຍດ.
ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນແຜນການປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດ ລາວ ກັບ ລັດເຊຍ.
ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ກ່ອນທີ່ທ່ານເດີນທາງກັບຄືນເມືອປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

