ວັນທີ 29 ທັນວາ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ໃນຄ່ຳຄືນວັນທີ 28 ຮຸ່ງເຊົ້າວັນທີ 29 ທັນວາ, ບັນດາກຳລັງປ້ອງກັນອາກາດ ລັດເຊຍ ໄດ້ກວດພົບ ແລະ ຕີສະກັດເຮືອບິນບໍ່ມີຄົນຂັບໄລຍະໄກຈຳນວນ 91 ລຳ ທີ່ໄຮັບຖືວ່າ ໄດ້ບິນຈາກຝ່າຍ ຢູແກຼນ, ມຸ່ງໄປສູ່ເຂດເຮືອນພັກຂອງທ່ານ Vladimiar Putin ປະທານາທິບໍດີ ລັດເຊຍ ຢູ່ເຂດ Novgorod, ທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. ຈຳນວນເຮືອບິນບໍ່ມີຄົນຂັບທັງໝົດເຫຼົ່ານັ້ນຖືກຍິງຕົກ ແລະ ບໍ່ຮັບຮູ້ມີກໍລະນີບາດເຈັບເສຍຊີວິດ ຫຼືກໍ່ຜົນເສຍຫາຍທາງດ້ານວັດຖຸ. ເມື່ອກ່າວຄຳເຫັນກ່ຽວກັບເຫດການນີ້, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ການກະທຳດັ່ງກ່າວ ຈະຖືກໂຕ້ຕອບ. ເຖິງຢ່າງໃດກໍຕາມ, ລັດເຊຍ ບໍ່ມີເຈດຈຳນົງຖອນຕົວອອກຈາກວິວັດທະນາການເຈລະຈາກັບ ອາເມລິກາ ແຕ່ວ່າໃນສະພາບການປັດຈຸບັນ, ຫຼັກໝັ້ນເຈລະຈາຂອງ ລັດເຊຍ ຈະໄດ້ຮັບການພິຈາລະນາຄືນໃໝ່.

ຝ່າຍ ຢູແກຼນ ປະຕິເສດບັນດາຄຳກ່າວຫາຈາກຝ່າຍ ລັດເຊຍ ແລະ ຖະແຫຼງວ່າ ປະເທດນີ້ບໍ່ປະຕິບັດບໍ່ວ່າບັ້ນບຸກໂຈມຕີໃດໆທີ່ເລັ່ງໃສ່ທຳນຽບຂອງປະທານາທິບໍດີ ລັດເຊຍ. ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຖືວ່າ ປະເທດນີ້ ພຽງແຕ່ດຳເນີນບັນດາບັ້ນເຄືື່ອນໄຫວການທະຫານທີ່ເລັ່ງໃສ່ບັນດາເປົ້າໝາຍການທະຫານຖືກຕ້ອງຕາມກົດໝາຍ ແລະ ຮັບໃຊ້ຄວາມຕ້ອງການປ້ອງກັນຕົວເທົ່ານັ້ນ.

ນັກຂ່າວ VOV ປະຈຳ ລັດເຊຍ ແລະ ອາເມລິກາ