ສະຖານທີ່ເກີດເຫດ (ພາບ: Moscow Transport Prosecutor's Office) |
ມີເຫດຂົວຫັກຖະຫຼົ່ມຢ່າງຮ້າຍແຮງເກີດຂຶ້ນຢູ່ແຂວງ Bryansk ຂອງ ລັດເຊຍ, ເຮັດໃຫ້ລົດໄຟຂົນສົ່ງຜູ້ໂດຍສານຖືກທັບຖົ່ມ ແລະ ຫຼາຍຄົນຖືກບາດເຈັບ ແລະ ເສຍຊີວິດ. ເຫດການດັ່ງກ່າວໄດ້ຮັບຖືວ່າ ມີສັນຍານຂອງການບຸກໂຈມຕີຢ່າງມີຈຸດປະສົງ. ຕາມຂໍ້ມູນຈາກອຳນາດການປົກຄອງທ້ອງຖິ່ນແລ້ວ, ໃນເວລາປະມານ 22 ໂມງຕອນກາງຄືນຂອງວັນທີ 31 ພຶດສະພາ, ຂົວທາງບົກຢູ່ແຖວບ້ານ Vygonichi ໄດ້ຫັກຖະຫຼົ່ມໃນຈຸດເວລາຂະບວນລົດໄຟຂົນສົ່ງຜູ້ໂດຍສານຈາກນະຄອນຫຼວງ ມົດສະກູ ໄປຍັງນະຄອນ Klimov ແລ່ນຜ່ານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 4 ຄົນ ແລະ ນັບສິບຄົນຖືກບາດເຈັບ.
ຕາມຂໍ້ມູນຈາກຊ່ອງ Baza ແລ້ວ, ໃນເບື້ອງຕົ້ນໄດ້ຢັ້ງຢືນວ່າ ສາຍເຫດແມ່ນຍ້ອນບັນດາອຸປະກອນລະເບີດໄດ້ຕິດຕັ້ງຢ່າງມີຈຸດປະສົງ. ຊ່ອງຂ່າວ SHOT ກໍໃຫ້ຂ່າວວ່າ ຫົວແຫ່ງນີ້ ຖືກຫັກຖະຫຼົ່ມ ຢູ່ສອງຈຸດແຕກຕ່າງກັນ, ດ້ວຍອຸປະກອນລະເບີດ 4 ເຄື່ອງ ຖືກຕິດຕັ້ງຢູ່ບັນດາເສົາຄ້ຳຂອງຂົວແຫ່ງນີ້.
ນັກຂ່າວ VOV ປະຈຳ ອີຢິບ

