ວັນທີ 31 ພຶດສະພາ, ກະຊວງການຕ່າງປະເທດ ຈໍແດນ ໃຫ້ຮູ້ວ່າ ລັດຖະມົນຕີບັນດາປະເທດ ອາຣັບບີ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ, ອີຢິບ ແລະ ຈໍແດນ ໄດ້ກ່າວປະນາມການຕັດສິນຂອງ ອິດສະຣາແອັນ ຫ້າມຄະນະຜູ້ແທນບັນດາປະເທດດັ່ງກ່າວມາຢ້ຽມຢາມຝັ່ງຕາເວັນຕົກ, ເພື່ອພົບປະທ່ານ Mahmoud Abbas ປະທານາທິບໍດີ ອຳນາດການປົກຄອງ ປາແລັດສະຕິນ.

ອາທິດນີ້, ອິດສະຣາແອັນ ໄດ້ປະກາດເລື່ອງສ້າງຕັ້ງເຂດຕັ້ງຖິ່ນຖານຄົງທີ່ໃໝ່ 22 ແຫ່ງຢູ່ຝັ່ງຕາເວັນຕົກ. ການກະທຳດັ່ງກ່າວ ຖືກ ສປຊ, ອັງກິດ ແລະ ຈໍແດນ ຕຳໜິຕິຕຽນຢ່າງແຮງ, ຖືນັ້ນແມ່ນໜຶ່ງໃນບັນດາສິ່ງກີດຂວາງຫຼັກໆຕໍ່ສັນຕິພາບຍາວນານລະຫວ່າງຊາວ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ.

ໃນການຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ໃໝ່ແຫ່ງໜຶ່ງ ເມື່ອວັນທີ 30 ພຶດສະພາ, ທ່ານ Israel Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຖະແຫຼງຈະສ້າງລັດຂອງຊາວ ຢິວ ໃນດິນແດນ ປາແລັດສະຕິນ. ໂດຍແນ່ໃສ່ບັນດາປະເທດຈະຮັບຮອງລັດ ປາແລັດສະຕິນ, ທ່ານ Israel Katz ໃຫ້ຮູ້ວ່າ ບັນດາປະເທດນີ້ຈະຮັບຮອງລັດ ປະແລັດສະຕິນ ໃນເອກະສານ, ສ່ວນ ອິດສະຣາແອັນ ຈະກໍ່ສ້າງລັດ ຊາວ ຢິວ ໃນຕົວຈິງ.

ມິງໂງ - ນັກຂ່າວ VOV ປະຈຳ ອີຢິບ