ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ |
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ໂດຍທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳຫນ້າ.
ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ລວມກ່ຽວກັບການປ່ຽນແປງຢ່າງວ່ອງໄວຂອງສະພາບແວດລ້ອມຄວາມໝັ້ນຄົງຂອງພາກພື້ນ, ຜົນກະທົບຂອງການເຊື່ອມໂຍງ ແລະ ການເຊື່ອມຕໍ່ພາກພື້ນ ນັບມື້ນັບເພີ່ມຂຶ້ນ ໄດ້ກໍ່ໃຫ້ເກີດບັນດາໄພນາບຂູ່ເຖິງອາດຊະຍາກຳແບບໃຫມ່.
ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ເນັ້ນຫນັກວ່າ: (ADMM) ຄັ້ງທີ 13 ດຳເນີນໄປໃນສະພາບການການເມືອງ ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນ ພວມຜັນແປໄປຢ່າງສັບສົນ ແລະ ວ່ອງໄວ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຖືວ່າ ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍລັກສະນະເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືບົດບາດໃຈກາງ, ເຈົ້າພາທາງ ເປັນສຳຄັນ ໃນບັນດາກົນໄກຮ່ວມມືພາກພື້ນ ພິເສດ ຕ້ອງດຸ່ນດ່ຽງຍຸດທະສາດໃຫ້ໄດ້ ເຮັດ ຄືແນວນັ້ນ ຈຶ່ງຮັບປະກັນຄວາມໝັ້ນຄົງຢູ່ ພາກພື້ນໄດ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

