ວັນທີ 25 ພະຈິກ, ລັດຖະສະພາ ເອີລົບ (EP) ໄດ້ຮັບຮອງເອົາໂຄງການທີ່ມີມູນຄ່າ 1,7 ຕື້ USD ເພື່ອແນໃສ່ອຸປະຖຳໃຫ້ບັນດາບ້ວງເງິນລົງທຶນດ້ານປ້ອງກັນຊາດໃນສະຫະພາບ ເອີລົບ (EU) ແລະ ເພີ່ມທະວີການໜູນຊ່ວຍ ຢູແກຼນ.
ໂຄງການເພື່ອເພີ່ມທະວີກຳລັງປ້ອງກັນຕົວຂອງ ເອີລົບ ແລະ ຫັນການຜະລິດໃນກຸ່ມເປັນມາດຖານ. ນີ້ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມສ້າງການປະກອບອາວຸດຂອງທະວີບນີ້ຄືນໃໝ່ ພາຍຫຼັງຄວາມວິຕົກກັງວົນດ້ານຄວາມໝັ້ນຄົງຂອງທະວີບນີ້ ນັບແຕ່ເມື່ອເກີດການປະທະກັນຢູ່ ຢູແກຼນ ໃນປີ 2022. ຕາມຂໍ້ກຳນົດ, ເພື່ອໄດ້ຮັບການໜູນຊ່ວຍຕາມໂຄງການທີ່ແກ່ຍາວຮອດປີ 2027, ບັນດາປະເທດຕ້ອງຮັບປະກັນ ລາຍຈ່າຍສຳລັບເຄື່ອງອາໄຫຼ່ຜະລິດຕະພັນປ້ອງກັນຊາດທີ່ມີຕົ້ນກຳເນີດຈາກສະຫະພາບ ເອີລົບ ຫຼື ບັນດາປະເທດຄູ່ຮ່ວມມືຢ່າງໜ້ອຍສຸດ 65%.
ເລື່ອງ EP ຮັບຮອງເອົາແມ່ນບາດກ້າວສຸດທ້າຍໃນວິວັດທະການນິຕິບັນຍັດ ກ່ອນທີ່ 27 ປະເທດສະມາຊິກ ອີຢູ ຈະໃຫ້ສັດຕະຍາບັນຢ່າງເປັນທາງການ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
