![]() ກຳ່ປັ່ນຂອງ ຈີນ ສິດນຳ້ໃສ່ກຳ່ປັ່ນຂອງ ຫວຽດນາມ
(ພາບປະກອບ) |
(Vovworld) - ຕອນເຊົ້າວັນທີ 11 ມີນາ, ຢູ່ນະຄອນຍາຈາງ, ແຂວງແຄ້ງຮ່ວາ, ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຈັດກອງປະຊຸມສະຫຼຸບອາຍຸການເຮັດວຽກ ຊຸດທີ 8. ໃນອາຍຸການທີ່ຜ່ານມາ, ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ໄດ້ຮັບຜິດຊອບການກວດກາ, ໃຫ້ຄຳເຫັນ, ໃຫ້ສັດຕະຍາບັນ 6 ສົນທິສັນຍາ, ຂໍ້ຜຸກພັນໃນສັນຍາສາກົນ ແນໃສ່ຊຸກຍູ້ການປະຕິບັດສິດທິມະນຸດ, ສິດ ແລະ ພັນທະ ພື້ນຖານຂອງປະຊາຊົນ ແລະ ການເຊື່ອມໂຍງເສດຖະກິດກັບສາກົນ. ກຳມາທິການກໍ່ໄດ້, ປະສານສົມທົບກັບບັນດາກະຊວງ, ຂະແໜງການ ກະກຽມ ແລະ ຈັດກອງປະຊຸມໃຫຍ່ IPU 132 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຫວຽດນາມ. ເປັນໜ້າສົນໃຈໃນອາຍຸການເຮັດວຽກທີ່ຜ່ານມາ, ການພົວພັນ ລະຫວ່າງ ຢູ່ສະພາແຫ່ງຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ທີ່ສຳຄັນໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ຜ່ານນັ້ນກໍ່ຍາດແຍ່ງການຊ່ວຍເຫຼືອສະໜັບສະໜູນຂອງລັດຖະສະພາບັນດາປະເທດໃນການຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ຜືນແຜນດີນອັນຄົບຖ້ວນ ຂອງຫວຽດນາມ. ທ່ານ ເຈີ່ນວັນຮັ່ງ ຫົວໜ້າກຳມທິການການຕ່າງປະເທດ ຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ:
"ກຳມາທິການການຕ່າງປະເທດໄດ້ເປັນເສນາທິການໃຫ້ສະພາແຫ່ງຊາດ ສຳລັບບັນດາແຈ້ງຂ່າວກ່ຽວກັບທະເລຕາເວັນອອກ. ພວກເຮົາໄດ້ຮັບຮອງເອົາກົດໝາຍວ່າດ້ວຍທະເລ ກຳນົດອະທິປະໄຕຂອງຕົນຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ກຳມາທິການການຕ່າງປະເທດໄດ້ຝາກຈົດໝາຍໃຫ້ 166 ປະເທດສະມາຊິກລັດຖະສະພາໂລກ ເຊິ່ງໄດ້ເວົ້າແຈ້ງກ່ຽວກັບບັນຫາທະເລຕາເວັນອອກ. ຈາກນັ້ນ, ລັດຖະສະພາຂອງຫຼາຍປະເທດ ໄດ້ຈັດຕັ້ງການເດີນຂະບວນ, ອອກແຈ້ງຂ່າວສະໜັບສະໜູນຫຼັກໝັ້ນ, ສະໜັບສະໜູນອະທິປະໄຕເຂດທະເລ, ໝູ່ເກາະຂອງ ຫວຽດນາມ."
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

