ຕອນບ່າຍວັນທີ 13 ເມສາ 2022 ຢູ່ ມະຫາວິທະຍາໄລ ຫາຍເຢືອງ ໄດ້ຈັດງານພົບປະສັງສັນ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ພສ.2565. ທ່ານນາງ ຫງວຽນທິຮູຮ່າ - ຮອງເລຂາຄະນະພັກ, ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ພ້ອມດ້ວຍຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ສູນຮ່ວມມືມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມແຂວງ ຫາຍເຢືອງ ເຂົ້າຮ່ວມ, ມອບຂອງຂວັນ, ອວຍພອນປີໃໝ່ລາວໃຫ້ນັກສຶກສາ ລາວ ທີ່ພວມສຶກສາຮ່ຳຮຽນຢູ່ທີ່ນີ້.
ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ກ່າວຄຳເຫັນທີ່ການພົບປະ (ພາບ: uhd.edu.vn) |
ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ຕີລາຄາສູງໝາກຜົນການຮ່ຳຮຽນ, ການປະກອບສ່ວນຢ່າງຕັ້ງໜ້າຂອງນັກສຶກສາ ລາວ ໃນການເຄື່ອນໄຫວລວມຂອງໂຮງຮຽນໃນໄລຍະຜ່ານມາ. ຕາງໜ້າໃຫ້ຄະນະນຳ, ຄູອາຈານໃນໂຮງຮຽນ, ທ່ານນາງ ຫງວຽນທິທູຮ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວ ພ້ອມດ້ວຍຄອບຄົວ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໃນທຸກໜ້າທີ່ວຽກງານຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.
ຕາງໜ້າໂຮງຮຽນ ແລະ ຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ສູນຮ່ວມມືມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມແຂວງ ຫາຍເຢືອງ ມອບຂອງຂວັນ ໃຫ້ນັກສຶກສາ ລາວ (ພາບ:uhd.edu.vn) |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


