ມອບຫຼຽນໄຊ, ຫຼຽນກາໃຫ້ໝູ່ຄະນະ, ສ່ວນບຸກຄົນສະຫະພັນແມ່ຍິງລາວ (ພາບ: TTXVN) |
ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດຊັ້ນ 3, ຫຼຽນໄຊແຮງງານຊັ້ນ 3, ຫຼຽນໄຊມິດຕະພາບໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂຶ້ນກັບສະຫະພັນແມ່ຍິງລາວ. ບັນດາຫຼຽນໄຊອັນສູງສົ່ງຂອງພັກ, ລັດ ຫວຽດນາມ ມອບໃຫ້ເພື່ອແນໃສ່ຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການການເພີ່ມທະວີຄວາມເຂົ້າໃຈ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງແມ່ຍິງ ແລະ ປະຊາຊົນສອງປະເທດ. ໃນໂອກາດນີ້, ສະຫະພັນແມ່ຍິງ ສອງປະເທດ ໄດ້ລົງນາມຂໍ້ຕົກລົງການຮ່ວມມືໄລຍະ 2022 – 2027.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

