ຄະນະການນຳນະຄອນ ດ່ານັ້ງ ແລະ ການນຳແຂວງ ເຊກອງ(ພາບ: danang.gov.vn) |
ຜູ້ຕາງໜ້າລັດຖະບານ 2 ປະເທດ ລາວ ແລະ ຫວຽດນາມ ຫາກໍ່ມອບໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ລາວ - ຫວຽດ ໃຫ້ແກ່ອຳນາດການປົກຄອງເມືອງ ລາມາມ, ແຂວງ ເຊກອງ, ທາງພາກໃຕ້ຂອງ ລາວ.
ໜັງສືພິມ Vientiane Times ສະບັບອອກວັນທີ 06 ກໍລະກົດ ໄດ້ລົງຂ່າວວ່າ, ໂຮງຮຽນຫຼັງນີ້ມີມູນຄ່າ 10 ຕື້ດົ່ງ, ແມ່ນຂອງຂວັນຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່ານັ້ງ ມອບໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເຊກອງ. ໂຮງຮຽນຫຼັງໃໝ່ຈະສະໜອງສະພາບແວດລ້ອມການສຶກສາເປັນຢ່າງດີ, ຊ່ວຍຍົກສູງມາດຕະຖານການສຶກສາ ແລະ ຊ່ວຍປົວແປງການພັດມະນາແຫຼ່ງຊັບພະນາກອນມະນຸດຢູ່ ລາວ, ພ້ອມກັນນັ້ນ, ກິດຈະກຳຍັງປະກອບສ່ວນເຂົ້າໃນເລື່ອງເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

