ຕາມຄະນະຈັດຕັ້ງການເສງ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022, ໃນອາທິດທີ 9 (ນັບແຕ່ເວລາ 16 ໂມງວັນທີ 8 ສິງຫາ 2022 ຫາເວລາ 15 ໂມງວັນທີ 15 ສິງຫາ 2022) ໂດຍມີຜູ້ເຂົ້າຮ່ວມເກືອບ 66.600 ຄົນ ດ້ວຍບົດເຂົ້າຮ່ວມການເສັງກ່ວາ 310.650 ເທື່ອບົດ, ໃນນັ້ນມີ ຜູ້ຕອບຖືກທັງ 10 ຄຳຖາມກ່ວາ 30.000 ຄົນ. ຈຳນວນຜູ້ເຂົ້າຮ່ວມການເສັງຖືສັນຊາດ ຫວຽດນາມ ແມ່ນ ເກືອບ 66.500 ຄົນ, ສ່ວນຍັງເຫຼືອແມ່ນຄົນຖືສັນຊາດລາວ ແລະ ບັນດາປະເທດອື່ນໆ.
ການເສັງ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ໄດ້ຈັດຕັ້ງຕາມຮູບແບບປາລະໄນທາງໄກ ປະຈຳອາທິດ ໃນສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ, ສື່ສັງຄົມອອນລາຍ VCNet ແລະ ອົງການຈັດຕັ້ງສື່ມວນຊົນຕ່າງໆສົມທົບ, ເຊິ່ງໄດ້ດຳເນີນໃນເວລາ 12 ອາທິດນັບແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 5 ກັນຍາ ປີ 2022. ອາທິດທີ 10 ໄດ້ດຳເນີນນັບແຕ່ເວລາ 16 ໂມງຂອງວັນທີ 15 ສິງຫາ 2022 ຫາ ເວລາ 15 ໂມງຂອງວັນທີ 22 ສິງຫາ 2022. Link ເຂົ້າຮ່ວມການເສັງ: vietlao.dangcongsan.vn.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
