ວັນທີ 30 ພະຈິກ, ວົງການເຈົ້າໜ້າທີ່ຫຼາຍປະເທດອາຊີໃຕ້ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດຍ້ອນພາຍຸນ້ຳຖ້ວມ ແລະ ດິນເຊາະເຈື່ອນ ພາຍໃຕ້ຜົນສະທ້ອນຂອງພາຍຸນ້ຳຖ້ວມໃນທົ່ວພາກພື້ນປັດຈຸບັນ ຂຶ້ນເຖິງກ່ວາ 800 ຄົນ. ບັນດາຄວາມມານະພະຍາຍາມໃນການກູ້ຊ່ວຍໃຫ້ແກ່ປະຊາຊົນນັບໜຶ່ນຄົນຕ້ອງຍົກຍ້າຍໄປຍັງບ່ອນປອດໄພສືບຕໍ່ໄດ້ຮັບການຍູ້ແຮງຢ່າງລຸລ່ວງໃນຊຸມທ້າຍອາທິດ. ການສະຖິຕິຂອງວົງການເຈົ້າໜ້າທີ່ ບັນດາປະເທດໂດຍໃຫ້ຮູ້ວ່າ ຍອດຈຳນວນຜູ້ເສຍຊີວິດຢູ່ອິນໂດເນເຊຍແມ່ນ 435 ຄົນ, ຢູ່ໄທແມ່ນ 170 ຄົນ ແລະ ມາເລເຊຍແມ່ນ 2 ຄົນ ພາຍຫຼັງພາຍຸໄດ້ທຳລາຍໃນວົງກ້ວາງຢູ່ສາມປະເທດນີ້ໃນຕະຫຼອດ 1 ອາທິດຜ່ານມາ. ກຳລັງເຈົ້າໜ້າທີ່ຂອງບັນດາປະເທດພວມມານະພະຍາຍາມເຂົ້າເຖິງເຂດຖືກນ້ຳຖ້ວມຕັດແຍກເພື່ອກູ້ເອົາຊີວິດປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ມີຜູ້ເສຍຊີວິດຫຼາຍກ່ວາ 800 ຄົນຍ້ອນພາຍຸນ້ຳຖ້ວມຢູ່ອາຊີໃຕ້
(VOVWORLD) - ບັນດາຄວາມມານະພະຍາຍາມໃນການກູ້ຊ່ວຍໃຫ້ແກ່ປະຊາຊົນນັບໜຶ່ນຄົນຕ້ອງຍົກຍ້າຍໄປຍັງບ່ອນປອດໄພສືບຕໍ່ໄດ້ຮັບການຍູ້ແຮງຢ່າງລຸລ່ວງໃນຊຸມທ້າຍອາທິດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
