ຢູ່ Padang, ແຂວງ Sumatra ຕາເວັນຕົກ, ອິນໂດເນເຊຍ ພາຍຫຼັງຖືກນ້ຳຖ້ວມ (ພາບ: REUTERS/Willy Kurniawan)

ມີຜູ້ເສຍຊີວິດທັງໝົດ303 ຄົນ ແລະ ຜູ້ຫາຍສາບສູນ 279 ຄົນ ເມື່ອເກີດນ້ຳຖ້ວມໄຫຼຊຸ ແລະ ດິນເຊາະເຈື່ອນຢູ່ສາມແຂວງຂອງເຂດ Sumatra ຂອງ ອິນໂດເນເຊຍ. ໃນຂະນະນັ້ນ, ທາງທິດເໜືອ Sumatra ມີຈຳນວນຜູ້ບາດເຈັບລົ້ມຕາຍສູງທີ່ສຸດ, ດ້ວຍ 166 ຄົນເສຍຊີວິດ ແລະ 143 ຄົນ ຫາຍສາບສູນ. ປະຊາຊົນກວ່າ 35.000 ຄົນ ໄດ້ຖືກຍົກຍ້າຍໄປຍັງບ່ອນປອດໄພ, ປັດຈຸບັນຍັງມີຫຼາຍເຂດບໍ່ສາມາດຕິດຕໍ່ພົວພັນກັບພາຍນອກໄດ້, ປະຊາຊົນພວມຕ້ອງດິ້ນຮົນເພື່ອຊອກຫາອາຫານ ແລະ ນ້ຳສະອາດ.

ປັດຈຸບັນ, ລັດຖະບານ ອິນໂດເນເຊຍ ພວມມານະພະຍາຍາມຍົກຍ້າຍຜູ້ປະສົບເຄາະຮ້າຍ, ລວມທັງການສະໜອງການຊ່ວຍເຫຼືອໃຫ້ແກ່ເຂດຖືກນ້ຳຖ້ວມຍຶງຂຶ້ນສູງບໍ່ສາມາດຕິດຕໍ່ກັບພາຍນອກໄດ້. ອົງການອຸຕູນິຍົມອຸທົກກະສາດ ແລະ ພູມີຟີຊິກສາດ ອິນໂດເນເຊຍ ແຈ້ງເຕືອນວ່າ ປະຊາຊົນຄວນລະມັດລະວາງຕໍ່ບັນດາໄພພິບັດທີ່ອາດຈະເພີ່ມຂຶ້ນ.

ນັກຂ່າວປະຈຳ ອິນໂດເນເຊຍ