ນະຄອນຫຼວງ ຮ່າໂນ້ຍ ມອບຈຳນວນເງິນ 20.000 USD ໃຫ້ແກ່ ແຂວງຫຼວງພະບາງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ນີ້ແມ່ນຂອງຂວັນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຊ່ວຍເຫຼືອແຂວງ ຫຼວງພະບາງ - ເຊິ່ງແມ່ນໜຶ່ງໃນ 8 ແຂວງທາງພາກເໜືອຂອງລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກນະຄອນຫຼວງ ຮ່າໂນ້ຍ ໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງຫຼວງພະບາງ ໄດ້ເນັ້ນໜັກວ່າ ເຖິງວ່ານະຄອນ ຮ່າໂນ້ຍ ພວມສຸມທຸກແຫຼ່ງກຳລັງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກໍຕາມ, ແຕ່ດ້ວຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ປາດຖະໜາ ຢາກຮ່ວມແຮງຮ່ວມໃຈພ້ອມກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫຼວງພະບາງ ຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງເຊື່ອໝັ້ນວ່າ ແຂວງ ຫຼວງພະບາງຈະຄວບຄຸມໂລກລະບາດໄດ້ໂດຍໄວ.

ຄາດວ່າ ໃນຊຸມວັນຈະມາເຖິງ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ຈະສືບຕໍ່ມອບຂອງຂວັນຈາກນະຄອນຫຼວງ ຮ່າໂນ້ຍ ແນໃສ່ຊ່ວຍເຫຼືອ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ 7 ແຂວງພາກເໜືອທີ່ຍັງເຫຼືອຂອງ ລາວ.

ນັກຂ່າວ VOV ປະຈຳ ລາວ.