ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນຢູ່ເວທີປາໄສ |
ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຫວຽດນາມ ມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມີສາດການເມືອງ - ພູມສາດ - ເສດຖະກິດ, ແຕ່ການລົງທຶນໃຫ້ແກ່ logistics ຍັງກະແຈກກະຈາຍ, ຍັງບໍ່ທັນສົມຄູ່, ສະນັ້ນ ຂະແໜງ logistics ຍັງຄົງມີທ່າແຮງບົ່ມຂ້ອນພັດທະນາຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
“ການພັດທະນາພື້ນຖານໂຄງລ່າງ logistics “ສີຂຽວ”, “ດີຈີຕອນ”, “ອັດສະລິຍະ”. “ສີຂຽວ” ແມ່ນການພັດທະນາແບບຍືນຍົງ, ວັດທະນະທຳມະນຸດ. “ດີຈີຕອນ” ໝາຍເຖິງການພັດທະນາວ່ອງໄວ, ທັນສະໄໝ. ການເຊື່ອມຕໍ່ຖານຂໍ້ມູນ logistics ນຳກັນຊ່ວຍຫຼຸດຜ່ອນການປ່ອຍອາຍພິດກາກບອນໃນລະດັບຕ່ຳສຸດ. ເພີ່ມທະວີການຮ່ວມມືສາກົນກ່ຽວກັບ logistics ສີຂຽວ, logistics ກາກບອນຕ່ຳ ແລະ ຮັກສາອັດຕາມູນຄ່າເພີ່ມຢູ່ໃນລະດັບສູງປະມານ 20 – 25% ໃນປີ 2030 ຕາມຍຸດທະສາດທີ່ໄດ້ປະກາດໃຊ້”.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການພັດທະນາສີຂຽວ. ໄປຄຽງຄູ່ກັນນັ້ນ ແມ່ນການພັດທະນາວິສາຫະກິດ logistics ນາໆຊາດ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ສ້າງກົນໄກລະດົມແຫຼ່ງກຳລັງເພື່ອພັດທະນາ logistics ສີຂຽວ, ດີຈີຕອນ, ທັນສະໄໝ, ອັດສະລິຍະ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

