ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນໃຫ້ກຳລັງໃຈນັກກິລາ ຫວຽດນາມ ກ່ອນເດີນທາງ |
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຊີເກັມ ແມ່ນເວທີແຂ່ງຂັນກິລາໃຫຍ່ສຸດໃນພາກພື້ນ, ທັງແມ່ນວັນບຸນລວມທີ່ສະແດງໃຫ້ເຫັນຄຸນທາດ, ເຈດຈຳນົງ ແລະ ນ້ຳໃຈຂອງບັນດາຊົນຊາດ, ປະກອບສ່ວນເພີ່ມທະວີຄວາມຜູກພັນ, ສາຍພົວພັນມິດຕະພາບພາຍໃນ ອາຊຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:
“ດ້ວຍເປົ້າໝາຍແມ່ນ ບັນລຸໄດ້ຜົນງານສູງສຸດເທົ່າທີ່ຕົນເອງມີຄວາມສາມາດ, ແຕ່ພ້ອມດຽວກັນນັ້ນ ກໍມີພາລະກຳອັນຍິ່ງໃຫຍ່ກວ່າ, ນັ້ນແມ່ນຄວາມສາມັກຄີ, ການຮຽນຮູ້, ພົວພັນແລກປ່ຽນໃນປະຊາຄົມບັນດາປະເທດ ອາຊຽນ ດ້ວຍນ້ຳໃຈກິລາອັນສູງສົ່ງ, ທ່ຽງກົງ, ບໍລິສຸດຜຸດຜ່ອງ ແລະ ແຂ່ງຂັນຈົນສຸດຄວາມສາມາດ. ພວກເຮົາຕ້ອງສະແດງໃຫ້ເຫັນການເຕີບໃຫຍ່ຢ່າງແຂງແຮງຂອງກິລາ ຫວຽດນາມ; ສະແດງໃຫ້ເຫັນພາບພົດປະເທດ ຫວຽດນາມ ປ່ຽນແປງໃໝ່, ເປັນມິດສະໜິດສະໜົມ, ມີລະບຽບວິໄນທາງດ້ານວັດທະນະທຳມະນຸດ ແລະ ເຕັມໄປດ້ວຍຄວາມຄາດຫວັງ”.
ຄະນະກິລາ ຫວຽດນາມ ທີ່ເດີນທາງໄປເຂົ້າຮ່ວມ ຊີເກມ ຄັ້ງທີ 33 ນີ້ ລວມມີສະມາຊິກ 1.165 ຄົນ, ໃນນັ້ນ, ເຂົ້າຮ່ວມການແຂ່ງຂັນຂອງ 47 ປະເພດກິລາ.
ລ້າຍຮວາ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

