ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານການພົບປະ, ເຊີດຊູບັນດານັກຮຽນຍາດໄດ້ລາງວັນຢູ່ບັນດາການສອບເສັງສາກົນ ປີ 2025 (ພາບ: VOV) |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນບັນດາຜົນງານດີເດັ່ນຂອງພວກນ້ອງໆນັກຮຽນ ແລະ ທາງໂຮງຮຽນ, ທ່ານເນັ້ນໜັ້ກວ່າບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນເສີມຂະຫຍາຍມູນເຊື້ອຢາກຮ່ຳຢາກຮຽນ, ຢັ້ງຢືນຄູນທາດ, ພູມປັນຍາຂອງຊາວຫວຽດນາມ, ສ້າງກຳລັງໜູນ, ສົ່ງແຫຼ່ງບັນດານໃຈຢ່າງແຮງໃນທົ່ວສັງຄົມ. ທ່ານໃຫ້ຮູ້ວ່າ:
ສ້າງກົນໄກ, ນະໂຍບາຍບຸກທະລຸ, ບຸລິມະສິດ, ໜູນຊ່ວຍຄ່າຮຽນ, ສະໜອງທຶນການສຶກສາ ໃຫ້ແກ່ບັນດານັກຮຽນມີຄວາມເກັ່ງກ້າສາມາດ, ທົດລອງການຮຽນເຊຶ່ອນຂັ້ນ, ເລື່ອນຫ້ອງ…ສຸມໃສ່ພັດທະນາບັນດາຮາກຖານການສຶກສາທົ່ວໄປ ແລະ ປະລິນຍາຕີ ອາດຈະມີ ທ່າແຮງກາຍເປັນແກ່ນສານໃນບັນດາເຄືອຂ່າຍບຳລຸງສ້າງດີເດັ່ນ ແລະ ມີຄວາມສາມາດໃນບັນດາວິຊາຫຼັກແຫຼ່ງ ແລະ ຂົງເຂດເຕັກໂນໂລຢີບຸລິມະສິດຈຳນວນໜຶ່ງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

