ທ່ານນາຍົກລັດຖະມົນຕີ ໄທ ຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 |
ທ່ານນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ບັນດາການນຳຂັ້ນສູງ ອາຊຽນ ໄດ້ຮັບຮອງເອົາເອກະສານສຳຄັນບາງສະບັບ ແນໃສ່ສ້າງພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ອາຊຽນ. ກອງປະຊຸມຮັບຮອງເອົາ “ຖະແຫຼງການ ບາງກອກ ກ່ຽວກັບການຕ້ານຂີ້ເຫຍື້ອທະເລຢູ່ພາກພື້ນ ອາຊຽນ”, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ທີ່ແນໃສ່ແກ້ໄຂບັນຫາຂີ້ເຫຍື້ອທະເລ.
ແລະກໍ່ໃນກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ໄທ ປຣະຣຸດ ຈັນໂອຊາ ໃຫ້ຮູ້ວ່າ: ບັນດາການນຳ ອາຊຽນ ໄດ້ສະໜັບສະໜູນແນວຄວາມຄິດບັນດາປະເທດ ອາຊຽນ ພ້ອມກັນເປັນເຈົ້າພາບຈັດຕັ້ງ World Cup 2034. ພ້ອມທັງໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຈະດຳເນີນໃນເດືອນ ພະຈິກ ໃນປີນີ້ ດ້ວຍການເຂົ້າຮ່ວມຂອງການນຳບັນດາຄູ່ຮ່ວມມື.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

