
ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak
(ພາບ: Thestar)
(vovworld) - ວັນທີ 15/11, ຕອບສຳພາດຕໍ່ນັກຂ່າວວາລະສານ Nikkei Asian Review, ເມື່ອເຕື້ອງເຖິງທັດສະນະຂອງ ມາເລເຊຍ ກ່ຽວກັບຄຳຕັດສິນຂອງສານອະນຸຍາໂຕຕຸລາການຢູ່ La Hay (ໂຮນລັງ) ໃນເຫດ ຟີລີບປິນ ຮ້ອງຟ້ອງ ຈີນ ກ່ຽວຂ້ອງເຖິງບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ຢືນຢັນວ່າ ມາເລເຊຍ ຢືດໝັ້ນຮັກສາທັດສະນະທີ່ວ່າ: ບັນດາຝ່າຍທັງໝົດຖະແຫຼງປະເທດອະທິປະໄຕຢູ່ທະເລຕາເວັນອອກ ຕ້ອງແກ້ໄຂການຂັດແຍ້ງກັນໃຫ້ເໝາະສົມກັບກົດໝາຍສາກົນ ແລະ ອີງໃສ່ກົດໝາຍສາກົນ. ທ່ານ Najib ເນັ້ນໜັກວ່າ: ສິ່ງສຳຄັນທີ່ສຸດສຳລັບບັນດາຝ່າຍແມ່ນເຄົາລົບວິວັດທະນາການການທູດ ແລະ ນິຕິທຳ, ແກ້ໄຂບັນດາການຂັດແຍ້ງກັນ ແລະ ຄວາມແຕກຕ່າງກັນໂດຍສັນຕິວິທີ . ກ່າວຄຳເຫັນທີ່ການຢ້ຽມຢາມ ຍີ່ປຸ່ນ ໃນວັນທີ 15/11, ທ່ານ Najib Razak ຊີ້ແຈ້ງວ່າ ບັນດາຝ່າຍທັງໝົດ ລວມທັງ ຍີ່ປຸ່ນ ຄວນມີບົດບາດກສ້າງສັນ ເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເຂດທະເລຕາເວັນອອກ. ຕາມທ່ານ Najib Razak ແລ້ວ ບັນດາການຂັດແຍ້ງຢູ່ທະເລຕາເວັນອອກແມ່ນສັບສົນທີ່ສຸດ, ຄວນໄດ້ຮັບການແກ້ໄຂດ້ວຍຄວາມລະງັບໃຈ ແລະ ເໝາະສົມໂດຍຜ່ານການເຈລະຈາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
