![]() ພາບປະກອບ
|
(vovworld) – ຕອນບ່າຍວັນທີ 25/11, ຢູ່ຫໍພິພິທະພັນທະຫານເຂດ 9, ນະຄອນ ເກີນເທີ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ສົມທົບກັບກອງບັນຊາດການທະຫານເຂດ 9 ຈັດຕັ້ງພິທີໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ງານວາງສະແດງໄດ້ນຳມາວາງສະແດງບັນດາເອກະສານ, ວັດຖຸພັນ, ສິ່ງພິມ ແລະ ແຜນທີ່ 100 ແຜ່ນທີ່ໄດ້ຮວບຮ່ວມໂຮມບັນດາເອກະສານໄດ້ຮັບການປະກາດ, ໄດ້ປະກາດໃຊ້ນັບແຕ່ສະຕະວັດທີ 17 ມາຮອດປະຈຸບັນຂອງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນດິ່ງຕ້າວ, ຫົວໜ້າກົມວຽກງານພາກໃຕ້, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ໃຫ້ຮູ້ວ່າ:
“ວຽກງານປະກາດບັນດາວັດຖຸເອກະສານ, ພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳທີ່ໄດ້ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ເພື່ອຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ ແລະ ປະຊາຊົນໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດຢ່າງໝັ້ນຄົງໜັກແໜ້ນ. ຜ່ານນັ້ນ, ປະກອບສ່ວນສຶກສາອົບຮົມຄວາມຮັກຕໍ່ປະເທດຊາດ, ຍົກສູງສະຕິ, ຄວາມຮັບຜິດຊອບສຳລັບ ວຽກງານສ້າງສາ ແລະ ປົກປັກຮັກສາປະເທດຊາດ.”
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

