
ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ
(ພາບ: TTXVN)
(vovworld) - ວັນທີ 14/04, ຢູ່ຫໍສະໝຸດແຂວງຫາຍເຢືອງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ສົມທົບກັນຄະນະກຳມະການປະຊາຊົນແຂວງຫາຍເຢືອງ ຈັດງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”. ບັນດາແຜນທີ່ ແລະ ເອກະສານທີ່ນຳມາວາງສະແດງຢູ່ທີ່ນີ້ແມ່ນພະຍານຫຼັກຖານປະຫວັດສາດ ແລະ ເປັນພື້ນຖານນິຕິກຳທີ່ພິສຸດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢູ່ທະເລຕາເວັນອອກ. ງານວາງສະແດງໄດ້ແນະນຳບັນດາເອກະສານ, ວັດຖຸພັນ, ສື່ສິ່ງພິມ ແລະ ແຜນທີ່ເກືອບ 100 ແຜ່ນ ເຊິ່ງແມ່ນບັນດາເອກະສານທີ່ໄດ້ຮັບການປະກາດນັບແຕ່ກ່ອນມາຮອດປະຈຸບັນຂອງບັນດານັກຄົ້ນຄວ້າ, ນັກຮຽນຮູ້ຢູ່ພາຍໃນປະເທດ ແລະ ສາກົນ.
ທີ່ງານວາງສະແດງ, ບັນດາເອກະສານກ່ຽວກັບ “ຮ່ວາງຊາ, ເຈື່ອງຊາ ໃນຫົວໃຈຂອງຊາວຫວຽດນາມ” ຖືກຈັດວາງຢ່າງມີຊີວິດຊີວາ ດ້ວຍຫຼາຍພາບ, ເອກະສານ, ວັດຖຸພັນ ສະແດງໃຫ້ເຫັນຄວາມເອົາໃຂໃສ່, ອາລົມຈິດພິເສດຂອງພັກ, ລັດ, ກອງທັງ, ປະຊາຊົນ….ດ້ວຍບັນດາການກະທຳທີ່ແທດຈິງ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
