
(ພາບປະກອບ)
(vovworld) - ງານວາງສະແດງຮູບພາບ “ເຈື່ອງຊາຢູ່ໃຈກາງຮ່າໂນ້ຍ” ຈະດຳເນີນໃນລະຫວ່າງວັນທີ 31/12/2016 – 03/01/2017 ຢູ່ສູນວາງສະແດງຮູບພາບ ເລກທີ 45 ຖະໜົນ ຈ່າງຕຽນ, ຮ່ວານກຽມ, ຮ່າໂນ້ຍ ງານວາງສະແດງນອນໃນລາຍການ “ເຈື່ອງຊາຂຽວ” ງານວາງສະແດງ ໂດຍສະໂມສອນໄວໜຸ່ມເພື່ອທະເລໝູ່ເກາະບ້ານເກີດເມືອງນອນ, ສັງກັດສູນຂໍ້ມູນຂ່າວສານແຫຼ່ງກຳລັງອາສາສະໝັກ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງ ເພື່ອແນໃສ່ຫັນເປັນລະອຽດ ບັນດາການເຄື່ອນໄຫວຂອງບັ້ນຂົນຂວາຍ “ນ້ຳໃຈຊາຍແດນທະເລໝູ່ເກາະ” ໄດ້ຮຽກຮ້ອງ, ຂົນຂວາຍໄວໜຸ່ມເທົ່າປະເທດ, ບັນດານັກວິທະຍາສາດ, ນັກຄົ້ນຄວ້າ, ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມ ເພື່ອສະເໜີເນື້ອໃນມາດຕະການໂຄສະນາ, ຄົ້ນຄວ້າ, ໝູນໃຊ້ເຕັກນິກ, ປະກອບແຫຼ່ງກຳລັງຜະລິດເຄື່ອງອຸປະກອນ, ເຕັກນິກໜູນຊ່ວຍໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ຮ້ານເວນຍາມ DK1. ງານວາງສະແດງໄດ້ແນະນຳຮູບພາບກ່ຽວກັບ ເຈື່ອງຊາ 100 ແຜ່ນ. ນອກຈາກນັ້ນ ງານວາງສະແດງກໍ່ໄດ້ແນະນຳບັນດາວັດຖຸພັນທີ່ເປັນເອກະລັກສະເພາະກ່ຽວກັບເຈື່ອງຊາ ໂດຍຫໍພິພິທະພັນກອງທັບເຮືອ - ກອງບັນຊາການທະຫານເຮືອສະໜອງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
