ວັນທີ 28 ພະຈິກ, ອຳນາດການປົກຄອງເຂດບໍລິຫານພິເສດ ຮົງກົງ (ຈີນ) ໄດ້ປະກາດວ່າ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ ຈາກເຫດໄຟໄໝ້ຢູ່ເມືອງ ໄຕໂປ, ເຂດພິເສດນີ້ ຈະເອົາທຸງຊາດລົດເຄິ່ງເສົາແຕ່ວັນທີ 29 ພະຈິກ-ວັນທີ 1 ທັນວາ. ທຸກການເຄື່ອນໄຫວລະຫຼີ້ນບັນເທິງຈະຖືກຍຸບເລິກ ຫຼືໂຈະໄວ້.

ໃນວັນດຽວກັນ, 8 ຄົນໄດ້ຖືກຈັບຕົວຢູ່ຫຼາຍເມືອງຂອງ ຮົງກົງ ລວມທັງທີ່ປຶກສາດ້ານເຕັກນິກ, ນັກປະມູນສຳຮອງ ແລະ ຝ່າຍເປັນກາງ. ໄລ່ຮອດວັນທີ 28 ພະຈິກ, ເຫດໄຟໄໝ້ຢູ່ເຂດຕຶກອາຄານ ອາພາດເມັນ Wang Fuk Court ໄດ້ເຮັດໃຫ້ 128 ຄົນເສຍຊີວິດ ແລະ 79 ຄົນຖືກບາດເຈັບ ໃນຂະນະທີ່ຍັງມີປະມານ 200 ຄົນຖືກຫາຍສາບສູນ. ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ.