ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ |
ເນື່ອງໃນໂອກາດວັນສາກົນສາມັກຄີພ້ອມກັບປະຊາຊົນ ປາແລັດສະຕິນ ຂອງ ສປຊ (ວັນທີ 29 ພະຈິກ), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ສົ່ງໂທລະເລກເຖິງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ທ່ານນາງ Annalena Baerbock ປະທານສະມັດຊາໃຫຍ່ ສປຊ, ທ່ານ Coly Seck ປະທານຄະນະກຳມະການ ຂອງ ສປຊ ກ່ຽວກັບການປະຕິບັດບັນດາສິດທິພິເສດທີ່ບໍ່ສາມາດແຕະຕ້ອງຂອງປະຊາຊົນ ປາແລັດສະຕິນ, ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ.
ໃນໂທລະເລກ, ທ່ານປະທານປະເທດ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງປະຊາຊົນ ປາແລັດສະຕິນ ຕໍ່ກັບການສູນເສຍ, ຄວາມເຈັບປວດຢ່າງຮ້າຍແຮງໃນການປະທະກັນໃນສອງປີຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດນັບໝື່ນຄົນ, ຜູ້ຖືກບາດເຈັບນັບແສນຄົນ ແລະ ທຳລາຍເຂດກາຊາ ຢ່າງໜັກໜ່ວງ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນການສະໜັບສະໜູນຢ່າງແຮງ ແລະ ນ້ຳໃຈສາມັກຄີຂອງລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ ປາແລັດສະຕິນໃນພາລະກິດແຫ່ງການຕໍ່ສູ້ອັນຊອບທຳ ເພື່ອເອກະລາດ ແລະ ເສລີພາບ, ພິເສດໃນສະພາບການຄວາມໝັ້ນຄົງຍັງມີຄວາມສັບສົນ ແລະ ອາດຈະມີຄວາມສ່ຽງຊ້ອນແຝງເມື່ອຄຳສັ່ງຢຸດຍິງໄດ້ຮັບການລົງນາມໃນເດືອນຕຸລາ 2025 ນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

