ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໃຫ້ຮູ້ວ່າທ່ານພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ກ່ຽວກັບການຮ່ວມມືຕ້ານການຄ້າຂາຍຢາເສັບຕິດ. ຄຳເຫັນຂອງທ່ານ Nicolas Maduro ໄດ້ຍົກອອກມາໃນສະພາບການອາເມລິກາ ຫາກໍດຳເນີນການບຸກໂຈມຕີທາງບົກເລັ່ງໃສ່ທ່າກຳປັ່ນແຫ່ງໜຶ່ງຢູ່ ເວເນຊູເອລາ. ໃນການຕອບສຳພາດທີ່ໄດ້ອອກອາກາດໃນວັນທີ 2 ມັງກອນ ໃນຊ່ອງໂທລະພາບແຫ່ງລັດ, ທ່ານປະທານາທິບໍດີ Nicolas Maduro ຢັ້ງຢືນ ເວເນຊູເອລາ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ ຢ່າງຈິງຈັງ ຖ້າ ວໍຊິງຕັນ ປາດຖະໜາຢາກ ບັນລຸໄດ້ຂໍ້ຕົກລົງຢ່າງແທ້ຈິງເພື່ອແນໃສ່ຮັບມືກັບໄພຄ້າຂາຍຢາເສັບຕິດ. ເຖິງຢ່າງໃດກໍຕາມ, ໃນການຕອບສຳພາດ, ທ່ານ Nicolas Maduro ປະຕິເສດການປະກອບຄຳເຫັນກ່ຽວກັບເຫດບຸກໂຈມຕີທາງບົກ ທີ່ໄດ້ຮັບຖືວ່າແມ່ນເລັ່ງໃສ່ຮາກຖານເຂົ້າທຽບທ່າຂອງກຳປັ່ນ ຢູ່ແຄມແມ່ນ້ຳເວເນຊູເອລາໃນອາທິດກ່ອນ.
ປະທານາທິບໍດີ ເວເນຊູເອລາ ປະກາດພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ
(VOVWORLD) - ຄຳເຫັນຂອງທ່ານ Nicolas Maduro ໄດ້ຍົກອອກມາໃນສະພາບການອາເມລິກາ ຫາກໍດຳເນີນການບຸກໂຈມຕີທາງບົກເລັ່ງໃສ່ທ່າກຳປັ່ນແຫ່ງໜຶ່ງຢູ່ ເວເນຊູເອລາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
