ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕີລາຄາສູງຕໍ່ສະພາບການຮ່ວມມືຂອງສານປະຊາຊົນສູງສຸດສອງປະເທດໃນໄລຍະຜ່ານມາ, ຕາມຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໃນປີ 2008 ແລະ ຂຶ້ນແຜນເຄື່ອນໄຫວຮ່ວມມືໃນປີ 2022.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານນາງ ສາດສະດາຈານ. ປອ.ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ລາວ (ພາບ: VOV) |
ທ່ານປະທານສະພາແຫ່ງຊາດ ກໍປາດຖະໜາວ່າ ສານປະຊາຊົນສູງສຸດສອງປະເທດ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍົກສູງປະສິດທິຜົນການເຄື່ອນໄຫວໃນໄລຍະຈະມາເຖິງຢ່າງບໍ່ຢຸດຢັ່ງ. ໃນຖານະຕຳແຫນ່ງຂອງຕົນ, ປະທານສະພາແຫ່ງຊາດ ຈະສະໜັບສະໜູນ ແລະ ໃຫ້ການໜູນຊ່ວຍ ເພື່ອໃຫ້ສອງອົງການສືບຕໍ່ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

