(ທີ່ກອງປະຊຸມ) |
“ປະເທດຊາດໄດ້ເຕົ້າໂຮມທ່າແຮງ ແລະ ແຫຼ່ງກຳລັງແຮງຢ່າງພຽງພໍ ເພື່ອກ້າວເຂົ້າສູ່ສັງກາດພັດທະນາໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ”. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ຈັດຂຶ້ນໃນຕອນເຊົ້າວັນທີ 08 ມັງກອນ, ແບບທາງໄກ ແລະ ເຊິ່ງໜ້າຢູ່ ຮ່າໂນ້ຍ.
ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຕີລາຄາສູງບັນດາຜົນງານ, ໝາກຜົນທີ່ລັດຖະບານບັນລຸໄດ້ໃນປີ 2025. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບັນດາບັນຫາທີ່ອາດຖືເປັນທິດທາງ, ໜ້າທີ່, ມາດຕະການຈຸດສຸມເຊິ່ງລັດຖະບານຕ້ອງສຸມໃສ່ປະຕິບັດ ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ.
“ສຸມໃສ່ແກ້ໄຂບັນດາຈຸດອຸດຕັນ, ບໍ່່ທ່ວງທັນຂອງລະບອບລະບຽບການ ເພື່ອປຸກລຸກລຸລ່ວງແຫຼ່ງກຳລັງທີ່ພວມຖືກຈຳກັດ. ຕ້ອງມີການຫັນປ່ຽນຢ່າງແຮງ ແລະ ແທ້ຈິງຈາກຈິນຕະນາການ “ຄຸ້ມຄອງ” ໄປສູ່ “ສ້າງສັນພັດທະນາ”. ພ້ອມດຽວກັນນັ້ນ, ແມ່ນຄວາມຕັດສິນໃຈຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່; ບໍລິຫານປີການເງິນ - ເງິນຕາ ສົມທົບກັນຢ່າງແໜ້ນແຟ້ນ, ມີໄຫວພິບ, ໂດຍອີງໃສ່ຫຼັກການການຕະຫຼາດ”.
(ກອງປະຊຸມຈັດຂຶ້ນແບບທາງໄກ ແລະ ເຊິ່ງໜ້າ) |
ທ່ານເລຂາທິການໃຫຍ່ຮຽກຮ້ອງໃຫ້ລັດຖະບານ ຕ້ອງສຸມໃສ່ພັດທະນາບັນດາຂະແໜງອຸດສາຫະກຳພື້ນຖານ, ອຸດສາຫະກຳປາຍແຫຼມ; ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໂດຍມີການຄັດເລືອກ; ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ… ກ່ຽວກັບບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ສືບຕໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ; ພັດທະນາອຸດສາຫະກຳປ້ອງກັນຊາດ, ເປັນເຈົ້າຄວາມໝັ້ນຄົງ, ຊຸກຍູ້ການທູດວັດທະນະທຳ, ການທູດປະຊາຊົນ, ຜ່ານນັ້ນ ກໍ່ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


