ທ່ານນາງ Juliet Ucelli ນັກເຄື່ອນໄຫວສັງຄົມຊາວ ອາເມລິກາ ໃຫ້ການສຳພາດ (ພາບ: TTXVN) |
ທ່ານນາງ Juliet Ucelli ນັກເຄື່ອນໄຫວສັງຄົມຊາວ ອາເມລິກາ ຖືວ່າ ໄຊຊະນະປະຫວັດສາດນີ້ຂອງ ຫວຽດນາມ ໄດ້ສ້າງກະແສຟອງປົດປ່ອຍຊາດໃນທົ່ວໂລກ. ຫຼາຍຊົນຊາດຖືກກົດຂີ່ຂູດຮີດເຂົ້າໃຈວ່າ ທັດສະນະຂອງປະທານ ໂຮ່ຈີມິນ “ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ - ເສລີພາບ” ແມ່ນສັດຈະທຳ ແລະ ບັນດາຊົນຊາດສາມາດຍາດໄດ້ເອກະລາດ ແລະ ເສລີພາບ.
ຕາມທ່ານນາງແລ້ວ, ພາລະກິດປະຕິວັດຂອງ ຫວຽດນາມ ໃນຕະຫຼອດໄລຍະ 80 ປີຜ່ານມາ ຍາມໃດກໍໄດ້ຮັບການສະໜັບສະໜູນຢ່າງແຮງຈາກເພື່ອນມິດສາກົນ ແລະ ປະຊາຊົນທີ່ກ້າວໜ້າໃນໂລກ. ຈາກແຫຼ່ງບັນດານໃຈ ຫວຽດນາມ, ພວກຂ້າພະເຈົ້າໄດ້ປຸກລະດົມບັນດາຂະບວນການປົດປ່ອຍຂອງຕົນ - ຂະບວນການປົດປ່ອຍຊາວຜິວດຳ ແລະ ປົດປ່ອຍແມ່ຍິງ.

