(VOVWORLD) - ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ.