ງານຊຸມນຸງມິດຕິງສະໜັບສະໜູນວັດສິ່ງແວດລ້ອມໂລກ
(ພາບ: TTXVN)

ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ສະໜາມຫຼວງ 30 ຕູລາ, ນະຄອນ ຮະລອງ, ແຂວງ ກວາງນິງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງນິງ ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດງານຊຸມນຸງມິດຕິງສະໜັບສະໜູນວັດສິ່ງແວດລ້ອມໂລກ (05 ມິຖຸນາ) ຢ່າງສົມກຽດ ແລະ ປຸກລະດົມເດືອນແຫ່ງການກະທຳເພື່ອສິ່ງແວດລ້ອມປີ 2025. ເຫດການປີນີ້ມີຫົວຂໍ້ທົ່ວໂລກ “ຕ້ານການມົນລະຜິດຢາງປລາດສະຕິກ” (Beat Plastic Pollution), ໂດຍໂຄງການສິ່ງແວດລ້ອມສະຫະປະຊາຊາດ (UNEP) ປຸກລະດົມ.

ທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລກົງແທັງ ເນັ້ນໜັກວ່າ, ສະພາບມົດລະຜິດຢາງປລາດສະຕິກບໍ່ແມ່ນບັນຫາສະເພາະປະເທດໃດ, ຫາກແມ່ນຄວາມສ່ຽງນາບຂູ່ທົ່ວໂລກ, ຕ້ອງມີການກະທຳຢ່າງຮີບດວນ ແລະ ຄົບຊຸດ.

ງານຊຸມນຸມມິດຕິງປີນີ້ໄດ້ຮັບຄວາມຫວັງວ່າ ບໍ່ພຽງແຕ່ສ້າງຜົນກະທົບດ້ານສື່ມວນຊົນທີ່ຕັ້ງໜ້າເທົ່ານັ້ນ, ຫາກຍັງປຸກລຸກໃຫ້ບັນດາການເຄື່ອນໄຫວທີ່ແທດຈິງໃນຕະຫຼອດເວລາ 6 ເດືອນອີກດ້ວຍ. ຜ່ານນັ້ນ, ສ້າງເປັນເຄືອຂ່າຍຕິດພັນບັນດາຮູບແບບເສດຖະກິດໝູນວຽນ, ແຜ່ຂະຫຍາຍການກະທຳບໍລິໂພກຍືນຍົງ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນເປົ້າໝາຍພັດທະນາສີຂຽວຂອງ ຫວຽດນາມ.