ພິທີສວດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ |
ເຂົ້າຮ່ວມພິທີສວດມົນພາວະນາມີບັນດາພະພິຂຸ, ພະສົງທີ່ມາຈາກສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ນັກຮົບເກົ່າ 2 ປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ສົງຄາມໄດ້ຜ່ານໄປດົນແລ້ວ, ແຕ່ປະເທດຊາດ ແລະ ປະຊາຊົນ 2 ປະເທດ ຍາມໃດກໍ່ຈົດຈຳຄຸນງາມຄວາມດີຂອງບັນດານັກຮົບທີ່ເສຍສະຫຼະຊີວິດຢ່າງພິລາອາດຫານ ເພື່ອພື້ນຖານເອກະລາດ, ເສລີພາບ, ເພື່ອນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ເພື່ອນ້ຳໃຈສາມັກຄີແບບພິເສດ, ເພື່ອຊີວິດຄວາມເປັນຢູ່ເຢັນເປັນສຸກຂອງປະຊາຊົນ 2 ປະເທດ ຫວຽດນາມ - ລາວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

