![]() ທ່ານ Antonia Carpio, ຜູ້ພິພາກສາສານສູງສຸດ ຟີລິບປິນ
(ພາບ: GCSP)
|
(vovworld) – ພາຍຫຼັງ ຟີລິບປິນ ໄດ້ປະກາດຢຸດຕິບັນດາ ການເຄື່ອນໄຫວຊ້ອມຮົບ ແລະ ລາດຕາເວນຮ່ວມກັບອາເມລິກາ ຢູ່ທະເລຕາເວັນອອກ ພຽງ 2, 3 ວັນ, ວັນທີ 11/10, ທ່ານ Antonia Carpio, ຜູ້ພິພາກສາສານສູງສຸດ ຟີລິບປິນ ໄດ້ອອກສຽງຮຽກຮ້ອງໃຫ້ເຊື່ອມຕໍ່ການເຄື່ອນໄຫວລາດຕາເວນຮ່ວມຄືນໃໝ່ເພື່ອປົກປັກຮັກສາເຂດເສດຖະກິດພິເສດຂອງ ຟີລິບປິນ ຢູ່ບໍລິເວນທະເລທີ່ພວມເກີດການຂັດແຍ້ງກັນນີ້. ທ່ານ Carpio ໄດ້ກ່າວຄຳເຫັນທີ່ພິທີອັດການສ້ອມຮົບຮ່ວມ ອາເມລິກາ - ຟີລິບປິນ ທີ່ມີຊື່ວ່າ “PHIBLEX 33” ແລະ ຖືວ່າ ທ່ານປະທານາທິບໍດີ Rodrigo Duterte ຕ້ອງເຫັນໄດ້ບົດບາດສຳຄັນຂອງ ອາເມລິກາ ຢູ່ທະເລຕາເວັນອອກ ແລະ ຕ້ອງສືບຕໍ່ບັນດາການເຄື່ອນໄຫວລາດຕາເວັນຮ່ວມລະຫວ່າງ ຟີລິບປິນ ແລະ ອາເມລິກາ ຢູ່ເຂດທະເລນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

