(ພາບ: Google) |
ຕາມການລາຍການປະຈຳປີ ເສດຖະກິດີຈີຕອນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (e-Conomy SEA 2025) ຄັ້ງທີ 10 ໂດຍ Google, Temasek ແລະ Bain & Company ປະກາດໃນວັນທີ 25 ພະຈິກ, ພື້ນຖານເສດຖະກິດດີຈີຕອນ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ບັນລຸ 39 ຕື້ USD ຍອດມູນຄ່າສູນຄ້າໃນທ້າຍປີ 2025. ບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດດີຈີຕອນລ້ວນແຕ່ຮັບຮູ້ການເຕີບໂຕຢູ່ໃນລະດັບສອງຕົວເລກ. ການຄ້າເອເລັກໂຕນິກ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຍອດມູນຄ່າສິນຄ້າຂອງ ຫວຽດນາມ, ກວມເອົາ 2/3 ຂອບຂະໜາດພື້ນຖານເສດຖະກິດດີຈີຕອນ ແລະ ໄດ້ຮັບການຄາດຄະເນວ່າເພີ່ມຂຶ້ນ 17%, ບັນລຸ 25 ຕື້ USD ໃນທ້າຍປີ 2025.
ກໍໃນບົດລາຍການ, ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງນຳໜ້າ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບລະດັບຄວາມພ້ອມ ແລະ ຄວາມໄວ້ວາງໃຈຂອງຜູ້ຊົມໃຊ້ສຳລັບ AI. ສິ່ງດັ່ງກ່າວໄດ້ສ່ອງແສງຜ່ານ 3 ດັດຊະນີແກ່ນສານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

