(vovworld) – ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເລີ່ມປຸກລະດົມການຂົນຂວາຍປະດິດຄິດແຕ່ງວັນນະຄະດີ, ສີລະປະ ກ່ຽວກັບ “ນ້ຳໃຈສາມັກຄີສູ້ຮົບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ” ໃນວັນທີ 31/3. ການຂົນຂວາຍແມ່ນການເຄື່ອນໄຫວມີຄວາມໝາຍມຸ່ງໄປເຖິງການສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະກາບ ແລະ ການຮ່ວມມື ຫວຽດນາມ - ລາວ, 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ. ບັນດາບົດປະພັນເຂົ້າຮ່ວມການປຸກລະດົມແມ່ນເພື່ອແນໃສ່ຍ້ອງຍໍຊົມເຊີຍນ້ຳໃຈສາມັກຄີສູ້ຮົບລະຫວ່າງກອງທັບປະຊາຊົນ ຫວຽດນາມ, ກອງທັບປະຊາຊົນລາວ, ກອງທັບລາຊະອານາຈັກ ກຳປູເຈຍ ໃນການຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານ ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ປຸກລະດົມການປະດິດຄິດແຕ່ງວັນນະຄະດີ,ສີລະປະ ນ້ຳໃຈສາມັກຄີສູ້ຮົບລະຫວ່າງ 3 ປະເທດ ຫວຽດນາມ -ລາວ-ກຳປູເຈຍ
ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເລີ່ມປຸກລະດົມການຂົນຂວາຍປະດິດຄິດແຕ່ງວັນນະຄະດີ, ສີລະປະ ກ່ຽວກັບ “ນ້ຳໃຈສາມັກຄີສູ້ຮົບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ”
●
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
